ອາຫານຍີປຸ່ນ,  ອາຫານຕ່າງປະເທດ,  ຮ້ານອາຫານ

Big Bowl Food Truck

📌ມື້ນີ້ເອົາໃຈຄໍກະຫລີ ໃຜມັກກະຫລີ່ຕ້ອງບໍ່ພາດຮ້ານນີ້
ລົດແດງແກງກະຫລີ 🚗 Big Bowl Food Truck
ລົດແດງສຸດເທ້ ທີ່ພ້ອມເສີບເມນູເຂົ້າແກງກະຫລີແຊບໆ ບໍ່ວ່າຈະເປັນ
🐷ໝູ 🐔ໄກ່ 🥩ງົວ 🍳ໄຂ່ 🍤ກຸ້ງ ຫຼື ແມ້ແຕ່ກ້ຽວ🥟 ຮ້ານນີ້ມີຄົບ (ຄົບແລ້ວຫ້າມເລີກເດີ້ 😝)

ບອກເລີຍວ່າຕ້ອງຈັດ ຫ້າມພາດ 😋👍
ກິນຄູ່ກັບ ມິລິນດາ ແຫ່ງຟິນ ຢາກໃຫ້ລອງ

📍ຮ້ານ Big Bowl Food Truck (ລົດແດງແກງກະຫລີ)

ພິກັດຄວາມແຊບ: ແຖວທາດຫຼວງພາຊ້າ ຖ້າມາແຕ່ທາງວົງວຽນໜອງບອນ ໃຫ້ຂີ່ມາທາງທາດຫຼວງພາຊ້າ ກາຍທາດຫລວງພາຊ້າໄປໜ້ອຍໜຶ່ງ ຮ້ານຈະຢູ່ຊ້າຍມື ກ່ອນໄຟແດງ

ຮ້ານເປີດ: ອັງຄານ-ເສົາ (ປິດທຸກວັນຈັນ)
ເວລາ: 5.30 pm – 10 pm
☎️ 020 95435223

ສະແດງຄຳຄິດເຫັນ: