ຄົວຈິບນ້ອຍ
ຄົວຈິບນ້ອຍ
-
ສູດ, ວິທີເຮັດໝູກອບກິນເອງ ງ່າຍໆສະໄຕຣ໌ຄົວຈິບນ້ອຍ
ຊ້ວງນີ້ບໍ່ໄດ້ອອກໄປໃສ ເລີຍຄິດຮອດໝູ່ກອບ 🤣 ເລີຍເຮັດໝູກອບໄວ້ກິນຢູ່ບ້ານ ເປັນສູດງ່າຍໆ ສະໄຕຣຄົວຈິບນ້ອຍ 👩🏻🍳 ໄປເບິ່ງກັນເລີຍ ສາມາດເຮັດເກັບໃນຕູ້ເຢັນໄດ້ ເວລາກິນກໍ່ເອົາອອກມາທອດໃຫ້ກອບ ຈະກິນນຳເຂົ້າປຽກ, ກະເພົາ ຫຼື ກິນນຳແຈ່ວສົ້ມກະແຊບ ໃຜມີເມນູແນະນຳ ຫຼື ມີສູດເພີ້ມເຕີບ ສາມາດມາແຊລໄດ້ເດີ້ #jipnoiicooking #ຄົວຈິບນ້ອຍ #ໝູກອບ
-
ເຂົ້າມັນໄກ່ ແບບໃຊ້ໝໍ້ຫຸງເຂົ້າ
ມາລອງເຮັດ ເຂົ້າມັນໄກ່ ແບບໃຊ້ໝໍ້ຫຸງເຂົ້າ ຮັບຮອງວ່າແຊບ ທີ່ສຳຄັນແມ່ນເຮັດງ່າຍ ໃຜຢູ່ບ້ານຊ້ວງນີ້ຄິດຢາກກິນເຂົ້າມັນໄກ່ ລອງເຮັດກິນໄດ້ເດີ້ ເຂົ້າມັນໄກ່ 👩🏻🍳 ສ່ວນປະກອບ: – ເຂົ້າຈ້າວ – ໄກ່ ມັກສ່ວນໃດສາມາດໃຊ້ຕາມມັກເລີຍ – ນຳ້ຕານ – ຫົວຜັກທຽມທຽມ – ເຕົ້າຈ້ຽວ – ສະອິ້ວດຳ – ແປ້ງນົວ – ຫມາກເຜັດ – ຂີງ 👩🏻🍳 ວິທີເຮັດ:ຕົ້ມໄກ່ໃສ່ຫມໍ້ຫຸ່ງເຂົ້າ ສ່ວນຮາກຫອມປ້ອມ, ຂີງ ແລະ ເກືອລົງໄປຕົ້ມໃຫ້ສຸກພໍປະມານ…
-
ສູດ, ວິທີເຮັດ ຈືນປານິນປ້ຽວຫວານ ງ່າຍໆສະໄຕຣ໌ຄົວຈິບນ້ອຍ
ປານິນປ້ຽວຫວານ ເມນູງ່າຍໆ ກິນກັບເຂົ້າຈ້າວຮ້ອນໆຟິນສຸດ ໄປເບິ່ງກັນເລີຍ ຈຽວນຳ້ຕານພໍຫອມ ເອົາຫົວຜັກບົ່ວ, ຜັກທຽມລົງຈຽວ ເຕີມນຳ້ໜ້ອຍໜື່ງ ໃສ່ນຳ້ມັນຫອຍ, ເອົາໝາກເລັ່ນລົງຂົ້ວ ນຳ້ປາ ແລະ ແປ້ງນົວ ຂົ້ວຈົນໝາກເລັ່ນເປື່ອຍ ແລ້ວຊິມຕາມຄວາມມັກເລີຍ ຕົບທ້າຍດ້ວຍຜັກຫອມ ຕັ້ງນ້ຳມັນຮ້ອນໆ ໃຫ້ຖ້ວນປາ ແລ້ວນຳປາລົງຈືນ ຈືນໃຫ້ກອບນອກ ຊຸ່ມໃນ ເມນູ ຈືນປານິນປ້ຽວຫວານ ພ້ອມເສີບແລ້ວ…. #ປາປ້ຽວຫວານ #jipnoiicooking
-
ສູດ, ວິທີເຮັດ ນົມສົ້ມ (Yogurt) ງ່າຍໆສະໄຕຣ໌ຄົວຈິບນ້ອຍ
ມາເຮັດນົມສົ້ມ ຫຼື Yogurt ກິນເອງງ່າຍໆ ສະໄຕຣຄົວຈິບນ້ອຍ ກິນແລ້ວດີຕໍ່ຮ່າງກາຍ, ຊ່ວຍໃນການຍ່ອຍອາຫານ, ດີຕໍ່ລຳໄສ້… ສາມາດປະສົມນົມສົ້ມກິນກັບເມັດທັນຍາພືດ, ໝາກໄມ້ ແລ້ວບີບ ນົມ Teapot ໂຮຍໜ້າຕື່ມເພື່ອເພີ້ມຄວາມຟິນ ເພາະ Teapot ມີຫຼາຍລົດຊາດໃຫ້ເລືອກ ມີລົດນົມຂຸ້ນຫວານ, ຄາລາເມວ, ຊາຂຽວ ແລະ ຊ໋ອກໂກແລັດ ມື້ນີ້ແອດກໍ່ໃຊ້ລົດນຳຂຸ້ນຫວານເປັນສ່ວນປະກອບຫຼັກນຳ ສ່ວນປະສົມ ⁃ ນົມສົດລົດຈືນ 1 ລິດ ⁃ ນົມຂຸ້ນຫວານ Teapot ຫຼອດບີບ 1…
-
ສູດ, ວິທີເຮັດ ນໍ້າສາລີ ງ່າຍໆສະໄຕຣ໌ຄົວຈິບນ້ອຍ
ນຳ້ສາລີເປັນເມນູທີ່ແຊບ ຫວານ ຫອມ ກິນໄດ້ທັງຜູ້ໃຫ່ຍ ທັງເດັກນ້ອຍຈະກິນແບບຮ້ອນ ຫຼື ເຢັນກະແຊບຄົນລະແບບ ມື້ນີ້ແອດເລີຍມາແນະນຳວິທີເຮັດ ນຳ້ສາລີ ແບບງ່າຍໆສະໄຕຣຄົວຈິບນ້ອຍ 🌽🌽 ສ່ວນປະສົມນໍ້າສາລີ ⁃ ສາລີ 4 ມານ ⁃ ນໍ້າ 2 ລິດ ⁃ ໃບເຕີຍ 4 ໃບ ⁃ ເກືອເຄິ່ງບ່ວງຊາ ສ່ວນປະສົມນໍ້າເຊື່ອມ ⁃ ນໍ້າຕານ 1 ກິໂລ ⁃ ນໍ້າ…
-
ມາເຮັດຢໍ່ຈືນກິນ ໃນມື້ພັກຜ່ອນ ທ້າຍອາທິດນີ້
ຢໍ່ຈືນແບບງ່າຍໆ ເຮັດກິນໄດ້ໝົດເຮືອນ ເປັນກິດຈະກຳປະຈຳບ້ານ ວິທີເຮັດ – ຊອຍຫົວຜັກບົ່ວໃຫ່ຍ,ເຫັດຫູໜູ, ເຜືອກ, ມັນຝຣັ່ງ, ແຄລ໋ອດ. ເອືອບໝູສັບໃສ່ ເກືອ, ຄະນໍ, ພິກໄທ, ໄຂ່ ຄົນໃຫ້ເຂົ້າກັນ ເອົາເຄື່ອງທີ່ຊອຍລົງ ແລະ ເສັ້ນລ້ອນ – ຄົນໃຫ້ເຂົ້າກັນ ເອົາແຜ່ນຢໍ່ມາຫໍ່ເລີຍ ແຜ່ນຢໍ່ຂອງແອດເປັນແຜ່ນຢໍ່ລາວເດີ້ ເລີຍໄດ້ເອົາມາຕັດ ໃຜສະດວກເອົາແຜ່ນຫວຽດມາຫໍ່ ກໍ່ໄດ້ເດີ້ ເອົານຳ້ເຊັດແຜ່ນຢໍ່ພໍໜາດໆ ພັນຕາມໃຈເລີຍ ມັກໃຫ່ຍນ້ອຍ ແຕ່ຢ່າເຮັດໃຫ່ຍຫຼາຍເດີ້ ດຽວບໍ່ສຸກ ແລ້ວນຳໄປທອດກິນນຳແຈ່ວຫວານເລີຍ ພະຍາຍາມບໍ່ເຮັດໃຫ້ເຄື່ອງພັນມີນຳ້ຫຼາຍເດີ້ ເພາະເວລາພັນແຜ່ນຢໍ່ຈະແຕກ…
-
ໜັງຍຳ
ມື້ນີ້ໄດ້ກິນແນວແຊບອີກແລ້ວ ໜັງຍຳຝີມືແມ່ແຊບສຸດດດດ ມີທັງຍຳໜັງໝູ ຍຳໜັງງົວໃສ່ໝາກເຂືອອ່ອນໆ ຟິນສຸດດດ ດຽວມື້ໜ້າມາແຊລສູດເດີ້ #jipnoii #ເມນູຮອບເດິກ
-
ອົບເປັດ ສູດບ້ານຈິບນ້ອຍ
ອົບເປັດ ສູດບ້ານໆ 🦆🥕🥔🥘 🥢ສ່ວນປະສົມ: – ເປັດ – ຂ່າ – ຫົວສິງໄຄ – ໃບຂີ້ຫູດ – ກະທຽມ – ໝາກເຜັດ – ນໍ້າຕານ – ເກືອ – ແປ້ງນົວ – ນໍ້າປາ – ຊ໋ອດຫອຍ – ຜົງກະລີ່ – ນໍ້າດື່ມ – ກະລົດ – ມັນຝຣັ່ງ…
-
ເຄັກວຸ້ນນົມສົດປີໂປ້
ໃຜມັກກິນວຸ້ນແນ່ ມື້ນີ້ແອັດມີວິທີເຮັດເມນູ ✨ ເຄັກວຸ້ນນົມສົດປີໂປ້✨ ມາແຊສສະໄຕຣຄົວຈິບນ້ອຍ ສາມາດເຮັດກິນເປັນອາຫານຫວ່າງ ຫຼື ຈະເຮັດເປັນຂອງຂວັນວັນເກີດໄດ້ນຳ 🎂 ວັດຖຸດິບ ແລະ ຂັ້ນຕອນເຮັດກໍ່ງ່າຍ ໃຊ້ວັດຖຸດິບ 3ຢ່າງ: ນົມສົດກາໝີ ລົດຊາດໃດກໍ່ໄດ້ຕາມຄວາມມັກ, ປີໂປ້ ແລະ ຜົງວຸ້ນ ສູດນີ້ເປັນສູດບໍ່ໃສ່ນຳ້ຕານເດີ້ ເພາະມີຄວາມຫວານຈາກປີໂປ້ປະສົມຢູ່ແລ້ວ ຖ້າໃຜມັກຫວານກໍ່ສາມາດເພີ່ມນຳ້ຕານຕອນຕົ້ມໄດ້ເດີ້, ສູດນີ້ກິນໄດ້ທັງເດັກນ້ອຍ ແລະ ຜູ້ໃຫ່ຍ ເພາະນົມສົດກາໝີເປັນນົມທີ່ໄຂມັນຕຳ່ ບໍ່ມີໄຂມັນ ແຊບ ມີຄຸນປະໂຫຍດອີກ ✨ ສູດນີ້ ໃຊ້ນົມ 7ປ໋ອງ ແລະ ຜົງວຸ້ນ 3ບ່ວງແກງເດີ້ #jipnoii #jipnoiicooking #ເຄັກນົມສົດປີໂປ້
-
ຍຳໂຕງ ສະໄຕຣຄົວຈິບນ້ອຍ
ມາເຮັດຍຳໂຕງ ກິນນຳກັນ ເປັນສູດງ່າຍໆ ສະໄຕຣຄົວຈິບນ້ອຍ ເປັນເມນູທີ່ສາມາດກິນກັບເຂົ້າ ຫຼື ເປັນຂອງແກ້ມໄດ້ນຳ ສ່ວນປະກອບ: – ຊີ້ນ – ກະປິ – ນຳ້ຕານ – ແປ້ງນົວ – ນຳ້ປາ – ຫມາກເຜັດ – ຫົວຜັກທຽມ – ຫມາກນາວ – ນຳ້ຫມາກຂາມປຽກ – ບົວລະພາ – ຫມາກເຂືອ – ຫມາກຖົ່ວ ໃຜມັກໝາກແຄ້ງ…