ຄົວຈິບນ້ອຍ

ຄົວຈິບນ້ອຍ

  • ຄົວຈິບນ້ອຍ

    ຕຳໝາກຕ້ອງ

    ຕຳໝາກຕ້ອງກິນຮອບສວາຍ ພໍໃຫ້ຊ່ວງຢາກນອນ 🤣 ຕຳໝາກຕ້ອງໃສ່ຜັກຂະແຍງ ກັບ ກະປູ ຄືທີ່ສຸດ ວິທີເຮັດ 👩🏻‍🍳 ຕຳໝາກເຜັດ ແອັດມັກໃສ່ໝາກເຜັດແຫ້ງເພາະຈະຫອມໆດີ, ນຳ້ຕານປະມານ 2ບ່ວງແກງ ເພາະມັກໃຫ້ອອກຫວານໆ, ແປ້ງນົວ, ກະປິ ມີນຳ້ປູໃສ່ຕື່ມກະໄດ້ເດີ້, ຕຳໃຫ້ພໍແຫຼກ ຟັກໝາກຕ້ອງລົງ ກັບ ໝາກເຂືອ ຕຳໃຫ້ເຂົ້າກັນ ຕາມດ້ວຍປາແດກ, ນຳ້ປາໜ້ອຍໜື່ງ ແລ້ວໃສ່ ຜັກຂະແຍງ ກັບ ກະປູທີ່ຂົ້ວລົງຕຳເລີຍ ແລ້ວຊິມໄດ້ຕາມຄວາມມັກ #ຕຳໝາກຕ້ອງ #jipnoiicooking #jipnoii

  • ຄົວຈິບນ້ອຍ

    ແກງເຫັດເຜາະ

    ພາກັນກິນເຂົ້າແລງກັບຫຍັງ ?? ມື້ນີ້ແອັດເຮັດ ແກງເຫັດເຜາະກິນ ເຫັດເຜາະສົດໆ ແກງໃສ່ປາແດກຫອມໆ ແຊບ ຫຍຳ້ເຂົ້າໄປແຕກ ຕ໋ອບ ຕ໋ອບ 😋 ວິທີເຮັດ: ລ້າງເຫັດເຜາະໃຫ້ສະອາດ. ຕົ້ມນຳ້ໃຫ້ຟົດ ເອົາໃບໝາກຂາມອ່ອນໃສ່ ຫຼື ບໍ່ມີໃສ່ໝາກຂາມປຽກແທນ ໃສ່ເກືອຢິບໜື່ງ ເອົາເຫັດລົງ ຕາມດ້ວຍ ປາແດກ, ແປ້ງນົວ ແລ້ວຕົ້ມໃຫ້ສຸກ ຈາກນັ້ນໃສ່ ຫົວສີໄຄ ກັບ ໝາກເຜັດ ຊິມ ປຸງ ໄດ້ຕາມຄວາມມັກເລີຍ #jipnoii #jipnoiicooking #ແກງເຫັດເຜາະ

  • ຄົວຈິບນ້ອຍ

    ສູດແຈ່ວໝາກນັດງ່າຍໆ ສະໄຕຣຄົວຈິບນ້ອຍ (ມີວີດີໂອ)

    🍍🍍🍍ມື້ນີ້ອາກາດດີ ເໝາະແກ່ການກິນຈຸ່ມ 🥩🐟🍍🍍 ມີໃຜມັກແຈ່ວໝາກນັດແນ່ ສົ້ມໆຫວານໆ ຫອມປາແດກ ກິນກັບຈຸ່ມປາ ຈຸ່ມໝູ, ງົວ ໃສ່ນຳ້ໝາກພ້າວ ແຊບສຸດ   ແອັດຈະມາແຊສສູດ ວິທີເຮັດແຈ່ວໝາກນັດ ສູດງ່າຍໆ ສະໄຕຣຄົວຈິບນ້ອຍ   👩🏻‍🍳 ສ່ວນປະກອບ: – ໝາກນັດ – ນຳ້ຕານ – ແປ້ງນົວ – ປາແດກ – ໝາກເຜັດ – ຫົວຜັກທຽມ   👩🏻‍🍳ວິທີເຮັດປອກຫມາກນັດ…

  • ຄົວຈິບນ້ອຍ

    ແຈ່ວຮ້ອນຂອນແກ່ນ

    🌶🌶ແຈ່ວຮ້ອນຂອນແກ່ນ ຫອມ ແຊບບບບ ກິນລະຢຸດບໍ່ໄດ້ 😋 ທຳອິດກະລອງຊິມ ຫລັງໆ ສັ່ງປະໄວ້ຕູ້ເລີຍ ເຮັດຫຍັງກິນກະສະດວກ ຕຸກ 17.000 ກີບ (ຕຸກ 1 ເຮັດກິນໄດ້ໝໍ້ 1 ໃຫຍ່)   ຖາມວ່າ ສັ່ງມາລະກິນແບບໃດ ? (ກິນແບບຈຸ່ມ ແຕ່ເປັນຈຸ່ມຂຸ້ນໆ ) ວິທີກິນ: – ເທແຈ່ວຮ້ອນລົງໝໍ້ 1 ຕຸກ + ນໍ້າລ້າ 1 ຕຸກ…

  • ຄົວຈິບນ້ອຍ

    ກ້ອຍປານໍ້າຂອງ

    ມາເດີ້ ກິນກ້ອຍປານໍ້າຂອງ ອາຫານຕາມລະດູການ 😋🐟🦈 ປາໂຕ 1 ແບ່ງເຮັດກ້ອຍ ເຮັດແກງ ພື້ນທ້ອງປາດເຮັດໝົກຂີ້ປາ ໝົດໂຕປາ ບໍ່ໃຫ້ເສຍຈັກອັນ ຄັກສຸດສາດການປຸງອາຫານລາວ ເຮັດແລ້ວ ເສີບຂຶ້ນພາເຂົ້າພ້ອມເຂົ້າໜຽວຮ້ອນໆ ຜັກກັບສົດໆ ທີ່ເກັບຈາກສວນແຄມຮົ້ວ 🥒🥬🌶 #ອຸດົມສົມບູນ #ອາຫານລາວ #ຢາກຫຍັງກໍເຮັດກິນ

  • ຄົວຈິບນ້ອຍ

    Mocktail ຊິວໆກັບຈິບນ້ອຍ

    ມື້ພັກຜ່ອນມາເຮັດ Mocktail ກິນແບບຊິວໆ ແນະນຳສູດ Passion fruit Mocktail 7up 3ແບບ 3ອາລົມ 🍸 🥝🍋 🍸 ສູດທີ1 ໝາກມັງກອນ, ເລມ້ອນ, 7up, ນົມປ້ຽວ ຕົບທ້າຍດ້ວຍໝາກໜ໋ອດ 🍸 ສູດທີ2 ໝາກກ້ຽງ, ໝາກນ໋ອດ ແລະ 7up 🍸ສູດທີ3 ແອ໋ບເປີ້ນແດງ ຂຽວ, ເລມ້ອນ, 7up ແລະ ໝາກໜ໋ອດ ແອດມັກສູດທຳອິດແຮງເດີ້ ໂຕໃສ່ນົມປ້ຽວ ຮູ້ສືກເປັນສົ້ມໆ ຫວານໆ ຫອມໆ…

  • ຄົວຈິບນ້ອຍ

    ໝູກ້ອນທອດງ່າຍໆ ສູດຈິບນ້ອຍ

    ເຢັນມີແຕ່ໝູສັບເຮັດຫຍັງກິນດີ 🤔 ແອດເລີຍຈັດເມນູ ໝູກ້ອນທອດ ກິນກັບເຂົ້າຈ້າວ ເຂົ້າໜຽວໄດ້ໝົດ ເພີ້ມເຕີບືຫາແຈ່ວມາກິນນຳ 😋 👩🏻‍🍳ວີທີເຮັດ ຕຳຮາກຫອມປ້ອມ, ຫົວຜັກທຽມ, ພິກໄທ ຕຳໃຫ້ແຫຼກແລ້ວໄປເອື້ອມໃສ່ໝູສັບ ໃສ່ຄະນໍ, ນຳ້ຕານຫຍິບໜື່ງ, ນຳ້ມັນຫອຍ ແລະ ພິກໄທຕືມຖ້າໃຜມັກພິກໄທ ເອື້ອມໃຫ້ເຂົ້າກັນ ແລະ ເອົາແປ້ງທອດໃສ່ ຄົນໃຫ້ເຂົ້າກັນແລ້ວປັ້ນເປັນກ້ອນ ຢ່າປັ້ນໜາຫຼາຍເດີ້ ໝູທາງໃນຈະບໍ່ສຸກ ລົງໄປທອດໃນນຳ້ມັນໃສ່ເຫຼືອງກອບ 😋 ປລ. ໃຜມັກໃຫ້ຫອມໆ ຊອຍໃບຂີ້ຫູດໃສ່ນຳເດີ້ຫອມ

  • ຄົວຈິບນ້ອຍ

    ເຮັດກະແລ້ມງ່າຍໆ ສະໄຕຣຈິບນ້ອຍ

    ຮ້ອນໆແບບນີ້ມາເຮັດ ກະແລ້ມ ກິນດັບຮ້ອນນຳກັນ ເຮັດກິນເອງໄດ້ງ່າຍໆ ໂດຍໃຊ້ ວັດຖຸດິບພຽງ 3 ຢ່າງ ແລະ ນົມ Teapot ຫຼອດບີບ ເພາະມີຫຼາຍລົດຊາດໃຫ້ເຮົາເລືອກໃຊ້ໄດ້ຕາມໃຈ 🍦🍦 ມື້ນີ້ແອດຈະເຮັດກະແລ້ມ 3ລົດຊາດ 🍫🍦 ຊ໋ອກໂກແລັດ 🍵🍦ຊາຂຽວ 🌽🍨 ສາລີ �ມີແບບບໍ່ໃຊ້ເຄື່ອງປັ່ນ ແລະ ແບບໃຊ້ເຄື່ອງປັ່ນ ວິທີເຮັດມີຂັ້ນຕອນຈັ່ງໃດ ກົດເບິ່ງເລີຍ 😉 #ທີພອດຫລອດບີບ #ແຊບສະດວກ 🍦ກະແລ້ມລົດຊ໋ອກໂກແລັດ 🍫 (ແບບບໍ່ໃຊ້ເຄື່ອງປັ່ນ) ສ່ວນປະສົມ: ⁃ ວິບປິ້ງຄີມ 500 ml ( ຫລື 2…

  • ຄົວຈິບນ້ອຍ

    ນົມສົ້ມ ສະໄຕຣຈິບນ້ອຍ

    ມາເຮັດນົມສົ້ມ ຫຼື Yogurt ກິນເອງງ່າຍໆ ສະໄຕຣຄົວຈິບນ້ອຍ ກິນແລ້ວດີຕໍ່ຮ່າງກາຍ, ຊ່ວຍໃນການຍ່ອຍອາຫານ, ດີຕໍ່ລຳໄສ້… ສາມາດປະສົມນົມສົ້ມກິນກັບເມັດທັນຍາພືດ, ໝາກໄມ້ ແລ້ວບີບ ນົມ Teapot ໂຮຍໜ້າຕື່ມເພື່ອເພີ້ມຄວາມຟິນ ເພາະ Teapot ມີຫຼາຍລົດຊາດໃຫ້ເລືອກ ມີລົດນົມຂຸ້ນຫວານ, ຄາລາເມວ, ຊາຂຽວ ແລະ ຊ໋ອກໂກແລັດ ມື້ນີ້ແອດກໍ່ໃຊ້ລົດນຳຂຸ້ນຫວານເປັນສ່ວນປະກອບຫຼັກນຳ 😋 ສ່ວນປະສົມ ⁃ ນົມສົດລົດຈືນ 1 ລິດ ⁃ ນົມຂຸ້ນຫວານ Teapot ຫຼອດບີບ 1 ຫຼອດ…

  • ຄົວຈິບນ້ອຍ

    ໝີ່ຕົ້ມຍຳໝູສັບ

    ປ່ຽນບັນຍາກາດການກິນໝີ່ ມາກິນໝີ່ຕົ້ມຍຳໝູສັບ 🍜 ຊອງໝີ່ອາດຈະເປັນຕົ້ມຍຳກຸ້ງ ແຕ່ເຮົາບໍ່ມີກຸ້ງຄິດວ່າໝູເປັນກຸ້ງກະໄດ້ 🐷🦐 👩🏻‍🍳 ທຳອິດຕົ້ມນຳ້ໃຫ້ຟົດ ໃສ່ ຂ່າ, ຫົວສີໄຄ ລົງໄປຕົ້ມໃຫ້ຫອມ ໃສ່ເຄື່ອງປຸງໝີ່ລົງ ຕາມດ້ວຍ ນຳ້ພິກເຜົາ ຕົ້ມໃຫ້ຟົດໃສ່ໝູສັບກ້ອນລົງໃສ່ນຳ້ປາ ແລ້ວເອົາໝີ່ລົງ ຕາມດ້ວຍນຳຂຸ້ນຈືນ ປິດທ້າຍດ້ວຍໝາກເຜັດຕາມມັກ ໃບຂີ້ຫູດ ຜັກຫອມ ໄຂ່ ປິດເຕົາ ແລ້ວບີບໝາກນາວໃສ່ ຟິນຄັກ #jipnoiicooking