ປະເພດເສັ້ນ
ປະເພດເສັ້ນ
-
ເຂົ້າປຸ້ນແຊບ ບໍ່ແກ້ວ
1 ໃນຮ້ານທີ່ບໍ່ຄວນພາດ ເມື່ອມາຮອດ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເປັນຮ້ານເຂົ້າປຸ້ນນໍ້າແຈ່ວ ນໍ້າປາ ແລະ ນໍ້າຊີ້ນ 🍜 ຫຼື ແຖວນີ້ເພິ່ນເອີ້ນນໍ້າຄວາຍ ເປັນອີ່ຫຍັງທີ່ບໍ່ຄວນພາດ ມັກບ່ອນ ຕ່ອນລາຄາບໍ່ແພງຫຼາຍ ເລີ່ມຕົ້ນຕ່ອນ 2.000 ກີບ ຖ້າເປັນໃສ້ຕັນ ກັບ ຊີ້ນຂາລາຍກໍ 5.000 ກີບ ຄວາມແຊບ ແທບຈະບໍ່ໄດ້ປຸງ ກິນກັບໝາກເຜັດຂີ້ໜູ ເຂົ້າກັນດີຂະໜາດ 😋 ຕ່ອນເລືອດກໍນຸ້ມໆ ກິນແລ້ວຟິນໆ ມາກິນແລ້ວຢາກມາອີກ 📍 ຮ້ານ ເຂົ້າປຸ້ນແຊບ (ແຄມຂອງ…
-
ເຂົ້າປຽກ ແສງສຸລິຈັນ
ສະບາຍດີຍາມເຊົ້າ ອັດຕະປື #ລາວທ່ຽວລາວ ທ່ຽວທັງເທື່ອ ເລາະກິນທັງເທື່ອ ຕ້ອງໄປໃຫ້ສຸດ ✈️ ຮ້ານທຳອິດທີ່ຊາວອັດຕະປືແນະນຳ ຕອນເຊົ້າຕ້ອງໄປກິນເຂົ້າປຽກໄກ່ລາດ ວ່າຊັ້ນ 📌ຮ້ານເຂົ້າປຽກໄກ່ ຮ່ອມໜ້າສຶກສາແຂວງ ຊື່ຮ້ານ ແສງສຸລິຈັນ 🍜 ມີທັງເຂົ້າປຽກເຂົ້າ ແລະ ເຂົ້າປຽກເສັ້ນ ແຊບ…. ສົມຄຳລໍ່າລື ໃຜໄປ ອັດຕະປື ຢ່າລືມແວ່ຊິມເດີ້ 📍ຮ້ານ ເຂົ້າປຽກ ແສງສຸລິຈັນ (ຮ່ອມໜ້າສຶກສາ ແຂວງ ອັດຕະປື) ຮ້ານເປີດ: ທຸກມື້ ແຕ່ 7 ໂມງເຊົ້າ ☎️ 020 58850033…
-
ເຂົ້າປຽກ ຈິບ ຈິບ
ຕັ້ງແຕ່ໂຄວິດມາ ຫາກໍ່ຮູ້ວ່າ ແຖວບ້ານມີຮ້ານແຊບຫຼາຍແຮງ 😋 ຮ້ານນ້ອຍໆແຕ່ຄວາມແຊບບໍ່ແພ້ໃນເມືອງ ແລະ ທີ່ສຳຄັນຄືບໍ່ແພງ ເຝີຖ້ວຍ 15.000 ກີບ 👍 ຊີ້ນຂາລາຍ ໃຫ້ຕ່ອນຫຼາຍ ມີຜັກດອງ ສຸດໃຈອີ່ເຈີ້ຍ 🥩🍜 ຜັກສົດຄຸ້ຍສຸກີ້ ຫຼື ໝາກເຜັດອ່ອນຄຸ້ຍກະປິ ຄວາມສຸກກໍສໍ່ານີ້ 📍ຮ້ານ ເຂົ້າປຽກ ຈິບ ຈິບ (ເຂົ້າປຽກໝູ-ໄກ່, ໝີ່ກ້ຽວໝູແດງ, ເຝີ) 🗺 ພິກັດຄວາມແຊບ: ສາມແຍກສົມໂຮງ (ບໍ່ໂອ) ຖ້າມາແຕ່ທາງຈີ່ນາຍໂມ້ ໃຫ້ຂີ່ຊື່ມາທາງບໍ່ໂອ ຮອດສາມແຍກທຳອິດ ໂຮງຮຽນ ມໍປາຍ ໃຫ້ລ້ຽວຊ້າຍຂີ່ກາຍໄປ…
-
ໝີ່ທ່າຫິນ ປາກເຊ
ອາກາດແບບນີ້ ☔️ ມັນຕ້ອງ ໝີ່ທ່າຫິນ ແລະ ຈັບລ້ຽງ ຊົດຮ້ອນໆຕອນຝົນລິນ ໝາກເຜັດຈຽວຫອມໆ ເສັ້ນໝີ່ແຊບໆ 😋 ຈັບລ້ຽງເຢັນໆ ກິນແລ້ວສົດຊື່ນ ຄວາມສຸກກໍເທົ່ານີ້ 😌 📍ຮ້ານ ໝີ່ທ່າຫິນ (ປາກເຊ) ພິກັດ: ບ້ານ ທ່າຫິນ ເມືອງປາກເຊ – ແຂວງຈຳປາສັກ ຖ້າຢູ່ໃນເມືອງ ຂ້າມຂວາທ່າຫິນໄປຈົນສຸດຂວາ ຂີ່ຕໍ່ອີກໜ້ອຍໜຶ່ງຮ້ານຈະຢູ່ຂວາມື #jipnoiiເລາະລາວ #ລາວທ່ຽວລາວ
-
ເຂົ້າປຽກປາປາກເຊ
ຂໍແຕ່ລົງຍົນ ຕ້ອງໄດ້ຈັດ 😋 ສະບາຍດີປາກເຊ ມາຮອດແລ້ວ ບໍ່ກິນເຂົ້າປຽກປາບໍ່ໄດ້ ແຊບສຸດ ເຂົ້າປຽກປາປາກເຊ 🍜🐟 ຖ້ວຍນີ້ 15.000 ກີບ 📍ຮ້ານ ນາງຄຳຫຼ້າ 4 ສໍ (ເມືອງ ປາກເຊ. ແຂວງ ຈຳປາສັກ) ພີກັດ: ຖ້າລົງຍົນມາແຕ່ເດິ່ນບິນ ຂີ່ຂ້າມຂົວທ່າຫິນມາ ມາຮອດ 4 ແຍກໄຟແດງຮ້ານອາຫານດາວລິນ-ສະບາຍດີປາກເຊ ໃຫ້ລ້ຽວຂວາ ຂີ່ມາອີກໜ້ອຍໜຶ່ງ ຮ້ານຈະຢູ່ຂວາມື ☎️ 020 92409002 #jipnoiiເລາະລາວ #ລາວທ່ຽວລາວ
-
ເຂົ້າປຽກຝາແຝດ ເຈ້ໂມະ
ເສັ້ນໃຫຍ່ ໄວ້ໃຈໂລດ ຕ້ອງຮ້ານນີ້ເທົ່ານັ້ນ ຮ້ານ ເຂົ້າປຽກເສັ້ນໃຫຍ່ ເຈ້ໂມະຝາແຝດ 🍜 ເອກະລັກຄື ເສັ້ນເຮັດເອງ ໝູຕ່ອນໃຫຍ່ ໄກ່ຕ່ອນແຊບ ຖ້ວຍນ້ອຍ 15.000 ກີບ / ຖ້ວຍໃຫຍ່ 20.000 ກີບ 📍ຮ້ານ ເຈ້ໂມະຝາແຝດ ເຈົ້າເກົ່າ ຮ້ານເປີດ: 7 am – 7 pm ເບີໂທ: 77777560 ແລະ 030 5433246 📌ສາຂາ 1:…
-
ເຂົ້າປຽກໄກ່ງວງ
ຖືກໃຈສຸດ ຮ້ານໃດທີ່ມີໝາກເຜັດຂຽບໝູ 😋 ໂດຍສະເພາະກິນກັບເຂົ້າປຽກໄກ່ ນໍ້າຊຸບແຈ່ມໆ ທີ່ສຸດຂອງຄວາມແຊບ 👍👍👍 ເຂົ້າປຽກໄກ່ເສັ້ນໜຽວນຸ້ມ ເສີບມາພ້ອມນໍ້າຊຸບໃສໆ ແຕ່ລົດຊາດກົມກ່ອມ ໂຮຍຫອມບົ່ວ ຫອມເປ ຈຽວຜັກບົ່ວ ແລະ ທີ່ຂາດບໍ່ໄດ້ຄືໝາກເຜັດຂຽບໝູ 🌶🌶🌶 ຈັດວ່າເດັດເດີ້ ຮ້ານນີ້ 👌 📍ຮ້ານເຂົ້າປຽກໄກ່ງວງ ⏱ຮ້ານເປີດ ຈັນ – ທິດ | 8:00am – 7:00pm ແຖວໂພນສະຫວາດ ຖ້າມາແຕ່ທາງຮ່ອງຄ້າຫ້າແຍກ ໃຫ້ຂີ່ກາຍຮ່ອມເນລະມິດມາໜ່ອຍໜຶ່ງຢູ່ຂວາມື
-
Money Ruby Cafe
ມື້ນີ້ແອັດຈະມາແນະນຳຮ້ານສຳລັບໃຜທີ່ມັກ ສະປາເກັດຕີ້ ໂດຍສະເພາະ 🍝🍝🍝 ທາງຮ້ານມີເມນູ ສະປາເກັດຕີ້ ໃຫ້ເລືອກຫຼາຍກ່ວາ 13ເມນູ ຢາກບອກວ່າຫຼາຍແຮງ ບາງເມນູແອັດກໍ່ບໍ່ເຄີຍກິນມາກ່ອນ 😋 ໂດຍສະເພາະ ສະປາເກັດຕີ້ຜັດໄທ ເປັນຄັ້ງທຳອິດທີ່ໄດ້ກິນເລີຍ ເສັ້ນແຊບໃຫ້ຄວມຮູ້ສຶກຄືກິນຜັດໄທເລີຍ ແລະ ຍັງມີອີກຫຼາຍໆເມນູ ບໍ່ວ່າຈະເປັນ ສະປາເກັດຕີ້ກະລີ່, ສະປາເກັດຕີ້ປາກະປ໋ອງ, ສະປາເກັດຕີ້ເຈ, ສະປາເກັດຕີ້ຕົ້ມຍຳກຸ້ງ… ທີ່ຖືກໃຈແຮງແມ່ນ ສະປາເກັດຕີ້ ຄາໂບນາລາ ແຊບບບ ເສັ້ນນຸ້ມ ທາງຮ້ານຍັງມີກາເຟ, ເຂົ້າໜົມ ແລະ ເຄັກນຳເດີ້ ✨ ໃຜສາຍ ສະປາເກັດຕີ້ ຕ້ອງໄປລອງ 🍝🍝 📍Money Ruby…
-
The Living library
ມື້ນີ້ພາມາກິນຜັດໄທເຈ ແຕ່ຄວາມຮູ້ສຶກຄືກິນຜັດໄທແບບປົກກະຕິທີ່ເຮົາເຄີຍກິນເລີຍ ເສັ້ນນຸ່ມ ໃຊ້ເຕົ່າຮູ້ແທນຊີ້ນ ແຊບໄປອີກແບບ 😋 ນອກຈາກລົດຊາດອາຫານທີ່ແຊບ ດີຕໍ່ສຸຂະພາບແລ້ວ ບັນຍາກາດຍັງດີນຳອີກ 📍The Living library ຮ້ານກົງກັນຂ້າມນຳ້ພຸ 📱020 2909 2019
-
ອາຫານຈັນເທົາ ສາຍລົມເຢັນ
ຫິວບໍ່… 😋 ຂໍສຽງສາຍ ຊີອິ້ວ ແດ່ 🍝 ຊີ້ອິ້ວໝີ່ເຫຼືອງສາຍລົມເຢັນ ເມນູປະຈຳແອດ ມາຮ້ານນີ້ ນອກຈາກໝີ່ກອບ ເຝີຂົ້ວ ກໍຊີອິ້ວໝີ່ນິລະ ທີ່ແອດບໍ່ເຄີຍພາດ ຈານ 20.000 ກີບ (ຈານໃຫຍ່ ເຕັມອິ່ມ) 📍 ຮ້ານ ອາຫານຈັນເທົາ ຫຼື ສາຍລົມເຢັນ page: ຮ້ານອາຫານ ສາຍລົມເຢັນ2 Sailomyen2 Restaurant ສະຖານທີ່: ນະຄອນຫຼວງວຽງຈັນ ແຖວຄູວຽງ ລົງຮ່ອມຄອງເໝືອງແຖວທາງໂຄງ ຮ້ານເປີດ: ທຸກມື້ ເວລາ: 8 am – 5…