ເຂົ້າປຽກ

ເຂົ້າປຽກ

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ເຂົ້າປຽກ ແສງສຸລິຈັນ

    ສະບາຍດີຍາມເຊົ້າ ອັດຕະປື #ລາວທ່ຽວລາວ ທ່ຽວທັງເທື່ອ ເລາະກິນທັງເທື່ອ ຕ້ອງໄປໃຫ້ສຸດ ✈️ ຮ້ານທຳອິດທີ່ຊາວອັດຕະປືແນະນຳ ຕອນເຊົ້າຕ້ອງໄປກິນເຂົ້າປຽກໄກ່ລາດ ວ່າຊັ້ນ 📌ຮ້ານເຂົ້າປຽກໄກ່ ຮ່ອມໜ້າສຶກສາແຂວງ ຊື່ຮ້ານ ແສງສຸລິຈັນ 🍜 ມີທັງເຂົ້າປຽກເຂົ້າ ແລະ ເຂົ້າປຽກເສັ້ນ ແຊບ…. ສົມຄຳລໍ່າລື ໃຜໄປ ອັດຕະປື ຢ່າລືມແວ່ຊິມເດີ້ 📍ຮ້ານ ເຂົ້າປຽກ ແສງສຸລິຈັນ (ຮ່ອມໜ້າສຶກສາ ແຂວງ ອັດຕະປື) ຮ້ານເປີດ: ທຸກມື້ ແຕ່ 7 ໂມງເຊົ້າ ☎️ 020 58850033…

  • ປະເພດເສັ້ນ,  ໝີ່ເຫຼືອງ,  ຮ້ານອາຫານ,  ເຂົ້າປຽກ,  ເຝີ

    ເຂົ້າປຽກ ຈິບ ຈິບ

    ຕັ້ງແຕ່ໂຄວິດມາ ຫາກໍ່ຮູ້ວ່າ ແຖວບ້ານມີຮ້ານແຊບຫຼາຍແຮງ 😋 ຮ້ານນ້ອຍໆແຕ່ຄວາມແຊບບໍ່ແພ້ໃນເມືອງ ແລະ ທີ່ສຳຄັນຄືບໍ່ແພງ ເຝີຖ້ວຍ 15.000 ກີບ 👍 ຊີ້ນຂາລາຍ ໃຫ້ຕ່ອນຫຼາຍ ມີຜັກດອງ ສຸດໃຈອີ່ເຈີ້ຍ 🥩🍜 ຜັກສົດຄຸ້ຍສຸກີ້ ຫຼື ໝາກເຜັດອ່ອນຄຸ້ຍກະປິ ຄວາມສຸກກໍສໍ່ານີ້ 📍ຮ້ານ ເຂົ້າປຽກ ຈິບ ຈິບ (ເຂົ້າປຽກໝູ-ໄກ່, ໝີ່ກ້ຽວໝູແດງ, ເຝີ) 🗺 ພິກັດຄວາມແຊບ: ສາມແຍກສົມໂຮງ (ບໍ່ໂອ) ຖ້າມາແຕ່ທາງຈີ່ນາຍໂມ້ ໃຫ້ຂີ່ຊື່ມາທາງບໍ່ໂອ ຮອດສາມແຍກທຳອິດ ໂຮງຮຽນ ມໍປາຍ ໃຫ້ລ້ຽວຊ້າຍຂີ່ກາຍໄປ…

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ເຂົ້າປຽກປາປາກເຊ

    ຂໍແຕ່ລົງຍົນ ຕ້ອງໄດ້ຈັດ 😋 ສະບາຍດີປາກເຊ ມາຮອດແລ້ວ ບໍ່ກິນເຂົ້າປຽກປາບໍ່ໄດ້ ແຊບສຸດ ເຂົ້າປຽກປາປາກເຊ 🍜🐟 ຖ້ວຍນີ້ 15.000 ກີບ 📍ຮ້ານ ນາງຄຳຫຼ້າ 4 ສໍ (ເມືອງ ປາກເຊ. ແຂວງ ຈຳປາສັກ) ພີກັດ: ຖ້າລົງຍົນມາແຕ່ເດິ່ນບິນ ຂີ່ຂ້າມຂົວທ່າຫິນມາ ມາຮອດ 4 ແຍກໄຟແດງຮ້ານອາຫານດາວລິນ-ສະບາຍດີປາກເຊ ໃຫ້ລ້ຽວຂວາ ຂີ່ມາອີກໜ້ອຍໜຶ່ງ ຮ້ານຈະຢູ່ຂວາມື ☎️ 020 92409002 #jipnoiiເລາະລາວ #ລາວທ່ຽວລາວ

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ເຂົ້າປຽກຝາແຝດ ເຈ້ໂມະ

    ເສັ້ນໃຫຍ່ ໄວ້ໃຈໂລດ ຕ້ອງຮ້ານນີ້ເທົ່ານັ້ນ ຮ້ານ ເຂົ້າປຽກເສັ້ນໃຫຍ່ ເຈ້ໂມະຝາແຝດ 🍜 ເອກະລັກຄື ເສັ້ນເຮັດເອງ ໝູຕ່ອນໃຫຍ່ ໄກ່ຕ່ອນແຊບ ຖ້ວຍນ້ອຍ 15.000 ກີບ / ຖ້ວຍໃຫຍ່ 20.000 ກີບ 📍ຮ້ານ ເຈ້ໂມະຝາແຝດ ເຈົ້າເກົ່າ ຮ້ານເປີດ: 7 am – 7 pm ເບີໂທ: 77777560 ແລະ 030 5433246 📌ສາຂາ 1:…

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ເຂົ້າປຽກໄກ່ງວງ

    ຖືກໃຈສຸດ ຮ້ານໃດທີ່ມີໝາກເຜັດຂຽບໝູ 😋 ໂດຍສະເພາະກິນກັບເຂົ້າປຽກໄກ່ ນໍ້າຊຸບແຈ່ມໆ ທີ່ສຸດຂອງຄວາມແຊບ 👍👍👍 ເຂົ້າປຽກໄກ່ເສັ້ນໜຽວນຸ້ມ ເສີບມາພ້ອມນໍ້າຊຸບໃສໆ ແຕ່ລົດຊາດກົມກ່ອມ ໂຮຍຫອມບົ່ວ ຫອມເປ ຈຽວຜັກບົ່ວ ແລະ ທີ່ຂາດບໍ່ໄດ້ຄືໝາກເຜັດຂຽບໝູ 🌶🌶🌶 ຈັດວ່າເດັດເດີ້ ຮ້ານນີ້ 👌 📍ຮ້ານເຂົ້າປຽກໄກ່ງວງ ⏱ຮ້ານເປີດ ຈັນ – ທິດ | 8:00am – 7:00pm ແຖວໂພນສະຫວາດ ຖ້າມາແຕ່ທາງຮ່ອງຄ້າຫ້າແຍກ ໃຫ້ຂີ່ກາຍຮ່ອມເນລະມິດມາໜ່ອຍໜຶ່ງຢູ່ຂວາມື

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ເຂົ້າປຽກອ້າຍຕ້ອມ ບ້ານຫ້ອມ

    ຖ້າໃຜຍັງບໍ່ເຄີຍກິນເຂົ້າປຽກອ້າຍຕ້ອມຕອນກາງຄືນ 🍜 ສະແດງວ່າຍັງບໍ່ເມົາຄັກ 🙊 ທີ່ພັກຂອງສາຍຫິວຍາມເດິກ ບ້ານຫ້ອມ ບ້ານທີ່ບໍ່ອຶດແນວກິນ ມີກິນໄດ້ທຸກຍາມ ແລະ ທີ່ສຳຄັນແຊບທຸກອັນ ຕັ້ງແຕ່ເລາະກິນມາ ຍັງບໍ່ມີຮ້ານໃດບໍ່ແຊບ 😋 📍ເຂົ້າປຽກອ້າຍຕ້ອມ ບ້ານຫ້ອມ ເປີດ: ທຸກມື້ ເວລາ: ແລງໆ ຈົນຮອດ ເດິກໆ 11 12 ໂມງ (ບາງມື້ກໍໝົດໄວ ຂາຍດີ) ພິດກັດ: ຖ້າຂີ່ມາແຕ່ທາງບໍ່ໂອ ກາຍວັດໂພເງິນໄປ ຮ້ານຈະຢູ່ຊ້າຍມື

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ເຂົ້າປຽກໝໍ້ດິນ ໂພນທັນ

    ອາກາດແບບນີ້ ກິນເຂົ້າປຽກຮ້ອນໆຄັກສຸດ ເຂົ້າປຽກໝໍ້ດິນ ຮ້ານປະຈຳ ໄປເທື່ອໃດຕ້ອງໄດ້ສັ່ງເຄື່ອງໃນນຳ ແຊບບບບ ກິນກັບແຈ່ວແຮ່ງແຊບ 📍 ເຂົ້າປຽກຫມໍ້ດິນ – ຕົ້ນສະບັບ ຮ້ານຕັ້ງຢູ່ທົ່ງພານທອງ ແຖວອ່າງນຳ້ໂພນທັນ ໃກ້ກັບວິທະຍາໄລລາວນານາຊາດ ຮ້ານຈະຢູ່ຕິດກັບຫ້ອງການບ້ານທົ່ງພານທອງເລີຍ 📱020 2288 0999, 020 9579 1324

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ,  ເຝີ

    ເຝີດູກໝູ ໂພນເຄັງ

    ສວາຍນີ້ ຂໍຊົດນຳ້ເຝີຮ້ອນໆ ກັບ ເປບຊີເຢັນໆ ພໍໃຫ້ຮ່າງກາຍມີແຮງເຮັດວຽກ ຮ້ານເຝີຂາປະຈຳ ໄປຍາມໃດໄດ້ກິນຄໍລະເຈ້ນ ຈາກກະດູກໝູ 😋 ໃນຮ້ານມີທັງເຝີ ທັງເຂົ້າປຽກ 📍ຮ້ານເຝີດູກ ຮ່ອມນຳ້ປະປາໂພນເຄັງ ຮ້ານຢູ່ແຖວໂພນເຄັງຖ້າມາແຕ່ທາງວົງວຽນໃຫຍ່ເດີ່ນສະພາໃຫ້ຂີ່ມາທາງນໍ້າປະປາໂພນເຄັງ ແລ້ວລ້ຽວເຂົ້າຮ່ອມທຳອິດຕິດຮົ້ວນໍ້າປະປາ ເປັນຮ່ອມນ້ອຍໆ ເຂົ້າໄປປະມານ 50 ແມັດ ຮ້ານຈະຢູ່ຟາກຊ້າຍມື 📱020 5579 9163

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ກ໋ວຍຈັບ ຈັບໄກ່

    ເຫັນຊື່ນີ້ຢູ່ໃສ ໝັ້ນໃຈໂລດວ່າແຊບ ໂດຍສະເພາະໝູກອບ ແລະ ກ໋ວຍຈັບ ✨ ຮ້ານ ຈັບໄກ່ ບໍລິການອອກງານ ຮັບປະກັນຄວາມແຊບ ສະອາດ ຖຶກໃຈແຂກ ໄດ້ໃຈເຈົ້າພາບ 📌ສະເພາະຈັບໄກ່ສາຂາ 2 ໂພນທັນ ຮັບອອກງານພາຍໃນເດືອນ ມີຖຸນາ ນີ້ ເລີ່ມຕົ້ນ 150 ຖ້ວຍ ແຖມຟຣີ 30 ຖ້ວຍ ສົນໃຈຕິດຕໍ່: 020 5560 2000 ⏰ : 07:00-17:00 🛵 : ຈັບໄກ່ສາຂາ2: ບ້ານໂພນທັນ ຕິດກັບ…

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຽກ

    ເຂົ້າປຽກໝູກອບ ໜ້າໂຮງຮຽນ

    ສະບາຍດີຕອນເຊົ້າ ວັນຟ້າຄຶ້ມ 😚 ມາເດີ້…. ກິນເຂົ້າປຽກ ເຂົ້າປຽກໝູກອບ ຈຽວໝາກເຜັດແຊບໆ 📍ຮ້ານ ເຂົ້າປຽກ (ໜ້າໂຮງຮຽນ Magic palms) ແຖວໂພນທັນ ເສັ້ນໜ້າຄຸກ ຮ້ານຢູ່ກົງກັນຂ້າມກັບໂຮງຮຽນ   ຮ້ານເປິດ: ທຸກມື້ ເວລາ: 7 am – 5 pm   #ເຂົ້າປຽກ #ນະຄອນຫຼວງວຽງຈັນ