ເຝີ
ເຝີ
-
ເຂົ້າປຽກ ຈິບ ຈິບ
ຕັ້ງແຕ່ໂຄວິດມາ ຫາກໍ່ຮູ້ວ່າ ແຖວບ້ານມີຮ້ານແຊບຫຼາຍແຮງ 😋 ຮ້ານນ້ອຍໆແຕ່ຄວາມແຊບບໍ່ແພ້ໃນເມືອງ ແລະ ທີ່ສຳຄັນຄືບໍ່ແພງ ເຝີຖ້ວຍ 15.000 ກີບ 👍 ຊີ້ນຂາລາຍ ໃຫ້ຕ່ອນຫຼາຍ ມີຜັກດອງ ສຸດໃຈອີ່ເຈີ້ຍ 🥩🍜 ຜັກສົດຄຸ້ຍສຸກີ້ ຫຼື ໝາກເຜັດອ່ອນຄຸ້ຍກະປິ ຄວາມສຸກກໍສໍ່ານີ້ 📍ຮ້ານ ເຂົ້າປຽກ ຈິບ ຈິບ (ເຂົ້າປຽກໝູ-ໄກ່, ໝີ່ກ້ຽວໝູແດງ, ເຝີ) 🗺 ພິກັດຄວາມແຊບ: ສາມແຍກສົມໂຮງ (ບໍ່ໂອ) ຖ້າມາແຕ່ທາງຈີ່ນາຍໂມ້ ໃຫ້ຂີ່ຊື່ມາທາງບໍ່ໂອ ຮອດສາມແຍກທຳອິດ ໂຮງຮຽນ ມໍປາຍ ໃຫ້ລ້ຽວຊ້າຍຂີ່ກາຍໄປ…
-
ເຝີ The Wagyu
ເຝີວາກິວ ສຸດຍອດຊີ້ນເຮັດເຝີທີ່ຢາກໃຫ້ລອງ 🥩🥩🥩🍜 ດ້ວຍຄຸນນະພາບຊີ້ນນຳເຂົ້າ ເຮັດໃຫ້ນໍ້າຊຸບກົມກ່ອມແຊບ ແບບບໍ່ງໍ້ແປ້ງນົວເລີຍ 100% ແອດມັກບ່ອນເມນູຊີ້ນສົດ ທີ່ເພິ່ນແຍກຊີ້ນ ແລະ ນໍ້າຊຸບໃຫ້ ເຮັດໃຫ້ເຮົາສາມາດເຫັນຄວາມສົດຂອງຊີ້ນງົວວາກິວ ແລະ ທີ່ສຳຄັນ ເວລາຖອກນໍ້າຊຸບໃສ່ຖ້ວຍ ນໍ້ານົວຂອງຊີ້ນທີ່ອອກມາຈະບໍ່ໄຫຼໄປໃສ ເຊິ່ງຕ່າງຈາກເຮົາລວກຊີ້ນໃນໝໍ້ ກິນຊີ້ນຄຸນນະພາບ ຕ້ອງເກັບທຸກລາຍອຽດ ແລະ ບໍ່ຕ້ອງຢ້ານວ່າຊີ້ນຈະບໍ່ສຸກ ແອດລອງແລ້ວ ຊີ້ນສຸກກຳລັງດີ ບໍ່ຫຍາບ ແຊບ ຟິນ 😋👍 🥩ຂໍ້ແນະນຳ: ທາງຮ້ານເພິ່ນແຍກປະເພດຊີ້ນ ແລະ ການເສີບໄວ້ຫຼາຍແບບ – ຖ້າສັ່ງຊີ້ນສົດ ເພິ່ນຈະແຍກນໍ້າຊຸບໃຫ້ –…
-
ເຝີດູກໝູ ໂພນເຄັງ
ສວາຍນີ້ ຂໍຊົດນຳ້ເຝີຮ້ອນໆ ກັບ ເປບຊີເຢັນໆ ພໍໃຫ້ຮ່າງກາຍມີແຮງເຮັດວຽກ ຮ້ານເຝີຂາປະຈຳ ໄປຍາມໃດໄດ້ກິນຄໍລະເຈ້ນ ຈາກກະດູກໝູ 😋 ໃນຮ້ານມີທັງເຝີ ທັງເຂົ້າປຽກ 📍ຮ້ານເຝີດູກ ຮ່ອມນຳ້ປະປາໂພນເຄັງ ຮ້ານຢູ່ແຖວໂພນເຄັງຖ້າມາແຕ່ທາງວົງວຽນໃຫຍ່ເດີ່ນສະພາໃຫ້ຂີ່ມາທາງນໍ້າປະປາໂພນເຄັງ ແລ້ວລ້ຽວເຂົ້າຮ່ອມທຳອິດຕິດຮົ້ວນໍ້າປະປາ ເປັນຮ່ອມນ້ອຍໆ ເຂົ້າໄປປະມານ 50 ແມັດ ຮ້ານຈະຢູ່ຟາກຊ້າຍມື 📱020 5579 9163
-
ເຝີແມ່ເກດ
ສວາຍແລ້ວກິນຫຍັງດີ 😋 ມາກິນເຂົ້າປຸ້ນນຳກັນເດີ້ ຮ້ານເຝີແມ່ເກດນອກຈາກ ເຝີຈະແຊບແລ້ວ ເຂົ້າປຸ້ນກະແຊບບໍ່ແພ້ກັນ ຕ່ອນຫຼາຍເວີ້ວັງແຮງ #ຮ້ານແຊບດົງນາໂຊກ 📍ຮ້ານເຝີແມ່ເກດ 📱020 7787 5496 ຮ້ານເປີດ 8:00ໂມງເຊົ້າ – 4ໂມງແລງ ເລີ່ມຈາກສີ່ແຍກໄຟແດງດົງນາໂຊກ ຂີ່ກາຍໂຊກໄຊມາກຈະເປັນທາງໂຄ້ງ ແລ້ວຈະມີແຍກເບື້ອງຊ້າຍ ຂີ່ລົງໄປເກືອບສຸດຮອບ ຮ້ານເຝີຈະຢູ່ເບື້ອງຂວາມື #jipnoii
-
ເຝີດູກໂພນເຄັງ
ເຝີຖ້ວຍ 15.000 ກີບ (ມາສອງແຖມດູກເປື່ອຍ 1 ດູກ) ເສີບພ້ອມເຄື່ອງຄຽງເຊັ່ນ ຜັກດອກ ລວກຜັກ ແຈ່ວສົ້ມ ແຈ່ວສຸກີ້ ຜັກກັບ ຖົ່ວງອກຄົບຊຸດ🥬🥒🌶 ໃນຮ້ານມີທັງເຝີ ທັງເຂົ້າປຽກ ຮ້ານຢູ່ແຖວໂພນເຄັງ ຖ້າມາແຕ່ທາງວົງວຽນໃຫຍ່ເດີ່ນສະພາໃຫ້ຂີ່ມາທາງນໍ້າປະປາໂພນເຄັງ ແລ້ວລ້ຽວເຂົ້າຮ່ອມທຳອິດຕິດຮົ້ວນໍ້າປະປາ ເປັນຮ່ອມນ້ອຍໆ ເຂົ້າໄປປະມານ 50 ແມັດ ຮ້ານຈະຢູ່ຟາກຊ້າຍມື 📍ເຝີດູກໂພນເຄັງ ເຝີທີ່ທຸກຄົນຖາມມາຫຼາຍວ່າຢູ່ບ່ອນໃດ🍜
-
ເຝີດົງນາໂຊກ
ມີໃຜເປັນຄືກັນບໍ່ ຮ້ອນໆ ລະຍັງຢາກກິນເຝີ 🤣 ເຝີຮ້ານນີ້ເປັນຮ້ານທີ່ແອດກາຍຕະຫຼອດ ແຕ່ບໍ່ເຄີຍລອງກິນ ເຫັນຄົນເຕັມຮ້ານທຸກເທື່ອທີ່ກາຍ ເປັນຮ້ານເຝີຮ້ານນ້ອຍໆ ແຕ່ຄວາມແຊບມາເຕັມ ຕ່ອນກະມາເຕັມ ຄົນກະມາເຕັມ ມີໃຜເຄີຍກິນຮ້ານນີ້ບໍ່ 😋 📍ເຝີດົງນາໂຊກ ເຂົ້າຮ່ອມ8 ດົງນາໂຊກ ແລ້ວຂີາໄປຈົນສຸດຮ່ອມ ຈະເຫັນດິນຫວ່າງກ້ວາງໆ ຮ້ານທາງຂ້າງເລີຍ ສ່ວນຂໍ້ມູນອື່ນໆ ດຽວແອດໄປເທື່ອໜ້າຖາມຕື່ມໃຫ້ເດີ້ ເພາະຄົນຢູ່ຮ້ານຫຼາຍ ເລີຍບໍ່ກ້າຖາມ 😅
-
ເຝີແຊບໂພສີ
ເຝີໂພສີ ທາງໄປບ້ານຫ້ອມ ແຊບບບບບ 😋 ຖ້ວຍ 15.000 ກີບ ສຸກີ້ ຜັກດອງ ຊີ້ນ ຕ່ອນ ຜັກ ຄັກສົດໃຫມ່ 👍 ແອດໃຫ້ 8/10 ແຕ່ສິ່ງທີ່ເຮັດໃຫ້ຕັດສິນໃຈແວ່ແມ່ນ ຕົ້ນໄມ້ໜ້າຮ້ານ ຮົ່ມເຢັນຕາດີ ເຂົ້າໄປນັ່ງໃນຮ້ານກໍຮູ້ສຶກເຢັນສະບາຍ ພິກັດ: ທາງໄປບ້ານຫ້ອມ(ວັດໂພສີ)ຮ້ານຢູ່ຟາກຂວາມືກ່ອນວັດ ຈຸດສັງເກີດ: ຕົ້ນໄຊປະດັບໃຫຍ່ໆກາຍຫລັງຄາ ດັດເປັນຮູບຫົວໃຈ ຮ້ານເປີດ: ທຸກມື້ ແຕ່ເຊົ້າຫາ 2 ໂມງແລງ
-
ລາບ-ເຝີ ແຊບ
ຮາໂລ… ວັງວຽງ ມາເດີ້ກິນເຂົ້າສວາຍ ລາບຮ້ານນີ້ແຊບຫຼາຍເດີ້ ມາແຕ່ລະເທື່ອສັ່ງແຕ່ເຝີ ມີຄົນບອກວ່າລາບເພິ່ນກະແຊບ ເທື່ອນີ້ຈັດລາບ ເຂົ້າໜຽວ ເກົາເຫລົາ ຕຳໝາກຮຸ່ງ ຂຽບໝູ ແຊບແຮງ ແຊບສົມຄຳລໍ່າລື 👍👍👍 📍ຮ້ານ ລາບ-ເຝີ (ເຮືອນພັກອາລີຍາ ຮ່ອມຕະຫຼາດມືດ ວັງວຽງ)
-
ເຝີຫຼັກ8
ສຽງຫົວໃຈຮຽກຮ້ອງ ພາໄປດຸຫັ້ນ 😆😆 ນຳ້ຊຸ່ມຂຸ້ນໆ ຫອມໆ ຊີ້ນເປື່ອຍໆ ມັນດີຕໍ່ໃຈໄດ໋ 💞 📍ຮ້ານເຝີຫຼັກ8 📞 030 9597 853 🛵ສົນໃຈສັ່ງອາຫານ: ຜ່ານບໍລິການສົ່ງອາຫານຊ້າງນ້ອຍ 📞1408 ຫຼື ເບີແວັດແອບຊ້າງນ້ອຍ: 020 76664448 #zangnoydelivery #ບໍລິການຊ້າງນ້ອຍ
-