ອາຫານຕ່າງປະເທດ
ອາຫານຕ່າງປະເທດ
-
Money Ruby Cafe
ມື້ນີ້ແອັດຈະມາແນະນຳຮ້ານສຳລັບໃຜທີ່ມັກ ສະປາເກັດຕີ້ ໂດຍສະເພາະ 🍝🍝🍝 ທາງຮ້ານມີເມນູ ສະປາເກັດຕີ້ ໃຫ້ເລືອກຫຼາຍກ່ວາ 13ເມນູ ຢາກບອກວ່າຫຼາຍແຮງ ບາງເມນູແອັດກໍ່ບໍ່ເຄີຍກິນມາກ່ອນ 😋 ໂດຍສະເພາະ ສະປາເກັດຕີ້ຜັດໄທ ເປັນຄັ້ງທຳອິດທີ່ໄດ້ກິນເລີຍ ເສັ້ນແຊບໃຫ້ຄວມຮູ້ສຶກຄືກິນຜັດໄທເລີຍ ແລະ ຍັງມີອີກຫຼາຍໆເມນູ ບໍ່ວ່າຈະເປັນ ສະປາເກັດຕີ້ກະລີ່, ສະປາເກັດຕີ້ປາກະປ໋ອງ, ສະປາເກັດຕີ້ເຈ, ສະປາເກັດຕີ້ຕົ້ມຍຳກຸ້ງ… ທີ່ຖືກໃຈແຮງແມ່ນ ສະປາເກັດຕີ້ ຄາໂບນາລາ ແຊບບບ ເສັ້ນນຸ້ມ ທາງຮ້ານຍັງມີກາເຟ, ເຂົ້າໜົມ ແລະ ເຄັກນຳເດີ້ ✨ ໃຜສາຍ ສະປາເກັດຕີ້ ຕ້ອງໄປລອງ 🍝🍝 📍Money Ruby…
-
ຕັງປີງອາຫານຈີນ
ຮ້ານອາຫານຈີນເຈົ້າເກົ່າ ແອັດກິນຕັ້ງແຕ່ສະໄໝຢູ່ມັດທະຍົມ ເພາະເປັນຮ້ານປະຈຳຂອງພໍ່ເຖົ້າແອັດເອງ ກັບໄປກິນລົດຊາດຍັງຄືເກົ່າ ມັກເປັດ ກັບ ຂາໝູແຮງ ໜັງເປັດຈະເປັນກອບໆ ຊີ້ນເປັດຈະນຸ້ມໆ ຈຳແຈ່ວແຊບໆ ກິນກັບເຂົ້າປຽກເຂົ້າຮ້ອນໆ ຕາມດ້ວຍຜັກດາດດອງ ແຊບສຸດ 📍ຮ້ານອາຫານຈີນຕັງປີງ 📞021 212 781 ຮ້ານຢູ່ເສັ້ນຂົວຫຼວງ ກ່ອນຈະຮອດວັດຂົວຫຼວງ ເປີດ 9:00ເຊົ້າ – 9:00ແລງ ເປີດຮ້ານທຸກມື້ #jipnoii #ອາຫານຈີນຕັງປີງ
-
The Koki
ຢາກກິນຕ້ອງໄດ້ກິນ ຢາກກິນຕອນນີ້ ຕ້ອງໄດ້ກິນຕອນນີ້ 555 ຊີ້ນດາດຕອນສວາຍ ແຊບບບບ ຟິນ ຕ້ອງຮ້ານນີ້ 😋 ມັກບ່ອນມີຄົນປີ້ງໃຫ້ນິລະ ຫ້ອງແອອີກ ໂປ 3 ແຖມ 1 ອີກ ເຣິດກວ່ານີ້ ບໍ່ມີອີກແລ້ວ 🥩🥩🥩 📍The Koki ສາຂາ ແຄມຂອງ ພິກັດ: ຂ້າງ Amazon ຈອດລົດຢູ່ວັດ ຮ້ານເປີດ: ທຸກມື້ ເວລາ: 9 am – 10 pm…
-
ກ້ຽວລຽວໜິງ ອາຫານຈີນ
Set ອາຫານຈີນສຸດຄຸ້ມ ກິນໄດ້ເຖິງ 10 ຄົນ ມື້ນີ້ແອັດຈະມາແນະນຳຮ້ານອາຫານຈີນທີ່ແອັດມັກອີກຮ້ານໜຶ່ງ ເຊິ່ງເປີດມາແຕ່ປີ 1998 ເປັນຮ້ານທີ່ມີທັງເຂົ້າ ແລະ ຈຸ່ມແບບຈີນ ສຳລັບເຊັດອາຫານທີ່ແອັດຈະມາແນະນຳມື້ນີ້ແມ່ນ Set ອາຫານຈີນສຸດຄຸ້ມ ມີເມນູທັງໝົດ 12ເມນູ + ເຂົ້າຈ້າວ ເໝາະສຳລັບ 10ຄົນ ໃນລາຄາພຽງ 580,000 ກີບ (ຈາກປົກກະຕິ 653,000 ກີບ) 12 ເມນູ ໄດ້ຫຍັງແດ່: – ເປັດປັກກິ່ງ – ໝູສາມຊັ້ນຍັດໝັນໂທ…
-
Tyson Kitchen
Set ອາຫານສຸດຄຸ້ມຈາກ Tyson Kitchen ນອກຈາກ Pizza 🍕 ເຕົາຖ່ານຈະແຊບ ອາຫານຮ້ານນີ້ກໍແຊບເດີ້ ໂດຍສະເພາະ Spaghetti 🍝 👭Friends set ລາຄາ 99.000 ກີບ (ລາຄາປົກກະຕິ 137.000 ກີບ) ໄດ້ ພິດຊ່າ 1 ຖາດ + ສະປາເກັດຕີ້ 1 ຈານ + ນັກເກັດໄກ່ 5 ຕ່ອນ 👨👩👧 Family set ລາຄາ 159.000…
-
AmericanAll – StarRestaurants & Catering
ຮ້ານ Burger ລຶກລັບ ທີ່ຢາກໃຫ້ໄປລອງ 🍔🍔 ເປັນຮ້ານທີ່ໄປຮອດແລ້ວຕ້ອງວ້າວ ວ້າວທັງສະຖານທີ່ ວ້າວທັງວິວ ທີ່ສຳຄັນແມ່ນ ວ້າວທີ່ລົດຊາດ Burger ທີ່ແຊບ ເປັນເອກະລັກ ກິນຄູ່ກັບ Pepsi Max Taste ແຊບຊ່າ ບໍ່ມີນຳ້ຕານ ເຮັດໃຫ້ເຮົາບໍ່ຮູ້ສຶກຕຸ້ຍເວລາກິນ ໃຜສາຍ Burger ຕ້ອງໄປລອງເລີຍ ທາງຮ້ານຍັງມີເມນູເດັດໆຫຼາຍເມນູ 📍AmericanAll – StarRestaurants & Catering ສະຖານທີ່ຕັ້ງຢູ່ບ້ານໃໝ່ ກາຍ ປຕທ ໜອງດາ ໄປປະມານ…
-
ປີ້ງຈີນຮ່ອງຄ້າ
ພັກຜ່ອນຢູ່ບ້ານ ສັ່ງປີ້ງຈີນມາກິນ ນອນເບິ່ງໜັງຍາວໆ ມັນຄືຄວາມສຸກ ແຕ່ຄວາມສຸກອີກຢ່າງຄື ເຮົາບໍ່ຕ້ອງອອກໄປຊື້ ໄປຢືນຕໍ່ຄິວເອງ 😆 ເພາະປີ້ງຈີນຮ້ານນີ້ຄິວຍາວແຮງ ໂຊກດີທີ່ມີໃນ app foodpanda ຊ່ວຍໃຫ້ເຮົາງ່າຍຂື້ນ ຫິວກໍ່ກົດສັ່ງ ແຖມມີ Promotion ທີ່ສຳຄັນສົ່ງຟຣີອີກ 😋 ☔ໂປຣຈັດໜັກທ້າຟົນ ☔ 👉ສຳລັບລູກຄ້າໃໝ່ ໃຊ້ລະຫັດ JP…. ເພື່ອຮັບສ່ວນຫລຸດ 50%. (ລຸດສູງສຸດ 50,000 ກີບ) 👉ຮັບສ່ວນຫລຸດພິເສດ ໃນແອັບ,ພຽງແຕ່ສັ່ງຂັ້ນຕຳ 10,000 ກີບຂື້ນໄປ 🔥 ສັ່ງເລີຍຜ່ານເວັບໄຊ້: www.foodpanda.la ກົດເຂົ້າລີ້ງເພື່ອດາວໂຫລດແອັບ: https://bit.ly/3h6Uk3W ຮັບປະກັນຄວາມແຊບ ສົ່ງຟຣີ 📍ຮ້ານນຳ້ຄຳແກ້ວ…
-
Shinjuku Sushi
ກິນອາຫານຍີປຸ່ນ ແລ້ວກິນ Lipton ຈັ່ງແມ່ນເຂົ້າກັນ ແຊບ ຫອມກິ່ນເລມອນ ກິ່ນຊາເບົາໆ 🍋 ແນະນຳ Promotion Rainy Set ໂປຼໜ້າຝົນສຸດຄຸ້ມ ທີ່ Shinjuku Sushi ເຊັດທີ່ແອັດກິນແມ່ນເຊັດລະ 49.00ກີບ ແຖມຟຣີ Lipton 1ຕຸກ 😋 ທາງຮ້ານມາຫຼາຍເຊັດໃຫ້ເລືອກເດີ້ 📍Shinjuku Sushi – ຊິນຈູກຸ ຊູຊິ 📞 call ຫຼື what app: 020 59 164…
-
ເຕົາຮູ້ຫ້າແຍກ
ຟ້າຄື້ມໆ ຄືຝົນຈະຕົກຄິດຢາກ ເຕົາຮວຍຮ້ອນໆ ເຕົາຮວຍນຸ້ມໆ ກິນກັບຂີງອອ່ນໆ ຫອມກິ່ນໝາກພ້າວ ແນະນຳຮ້ານນີ້ເລີຍ ກິນແຕ່ສະໄໝເປັນສາວ ມີທັງເຕົາຮູ້, ນຳ້ໝາກພ້າວ, ເກັກຮ່ວຍ ແລະ ອີກຫຼາຍໆນຳ້ ມີສາລະເປົານຳ ແຊບ ຕ້ອງລອງ 📍ຮ້ານເຕົາຮູ້ຫ້າແຍກ ຮ້ານຢູ່ມຸມໄຟແດງ 5ແຍກຂົວຫຼວງ ເລີ່ມຂາຍຕອນແລງໆປະມານ 4:30 📱020 5561 8421 #jipnoii #ເຕົາຮູ້ຫ້າແຍກ
-
ສຸດຍອດ BBQ
ພາກັນຄຶດຮອດບໍ່ BBQ walking ໃຜເຄີຍກິນແດ່ 😋🥩🍅🥒🍖 ຕັ້ງແຕ່ວອກຄິ້ງປິດ ແອດກະບໍ່ໄດ້ກິນອີກເລີຍ ມື້ນີ້ດີໃຈແຮງ ມາເຈິເພິ່ນເປີດຢູ່ຕະຫຼາດຂອງກິນສຸກທາດຫຼວງ BBQ ຊີ້ນນຸ້ມໆ ແຈ່ວແຊບໆ ຕ່ອນເນັ້ນໆ ຕ້ອງຍົກໃຫ້ຮ້ານນີ້ ທີ 1 ໃນໃຈແອດ 😋😘 1 ໄມ້ 5.000 ກີບ (ໄມ້ໃຫຍ່ ຕ່ອນໃຫຍ່ 2 ປີ້ງອິ່ມ) ໃຜຄຶດຮອດ ປີ້ງ BBQ ແຊບ ອ້າຍແຂກ ວອກຄິ້ງ ໄປອຸດໜຸນເພິ່ນໄດ້ເດີ້…