ອາຫານລາວ
ອາຫານລາວ
-
ຕູບແຄມໜອງ ສວນຕູ້ເກດ
ມາເດີ້ ປີ້ງໄກ່ທາປາແດກ ປາໃໝ່ໆສົດໆຫວານໆ ທີ່ຕູບນ້ອຍ ບ້ານຫ້ອມ ບ້ານຈຽມປາງ ຮ່ອມ 3 ເປັນຕູບແຄມໜອງ ບັນຍາກາດດີ ມີໄກ່ລາດ ປາໜອງ ສົດໆ ແບບທຳມະຊາດ ຊິດເບັດເອງກໍໄດ້ 😁 ໃຜທີ່ກຳລັງເດີນທາງໄປ ວັດທົ່ງທາດ ແວ່ກິນເຂົ້າສວາຍ ນັ່ງຕູບໄດ້ເດີ້ 📍ສວນຕູ້ເກດ (ບ້ານຫ້ອມ) ພິກັດ: ຮອດສາມແຍກວັດຈຽມປາແລ້ວລ້ຽວຊ້າຍ ເຂົ້າໄປໃຮຮ່ອມຈະມີປ້າຍບອກ ຮ້ານ: ສຸກ-ເສົາ-ທິດ ເວລາ: 10 am – 10 pm ☎️ 020…
-
ເຂົ້າຕົ້ມປີ້ງ ທົ່ງຕູບ
ສະບາຍດີຕອນເຊົ້າ ເຂົ້າຕົ້ມປີ້ງຮ້ອນໆ ຫອມໆ ຮ້ານນີ້ເຂົ້າຕົ້ມປີ້ງແຊບ ນຳ້ຫວານມັນຕົ້ນກະແຊບ ຕ້ອງໄປໄວໆເພາະໝົດໄວ 📍ຮ້ານເຂົ້າຕົ້ມປີ້ງໜ້າຮ້ານໝີ່ທົ່ງຕູບ
-
ແກງໝໍ່ໄມ້ແຊບ
ແກງໜໍ່ໄມ້ທີ່ທີ່ສຸດໃນສາມໂລກ 15.000 ກີບ ໄດ້ຫຼາຍແທ້ຫຼາຍວ່າ ບໍ່ຕ້ອງເສຍເວລາເຮັດເອງ ບອກເລີຍວ່າຮ້ານນີ້ແຊບ ເດັດ ດວງ 👍 ມັກແບບໃດສັ່ງໄດ້ ໃສ່ຜັກຂະ ຜັກຂະແຍງ ໝາກເຜັດຕາມໃຈມັກ ແອດນີ້ ຂາປະຈຳ ຫູບຮ້ອນໆ ມີແຮງຄັກ ມັກຂຸ້ນ ມັກໃສ ບອກໄດ້ດັ່ງໃຈ ເລີບເລີຍ 🥰 📍ຮ້ານແກງໝໍ່ໄມ້ແຊບ ຕະຫຼາດຂອງກິນສຸກທາດຫຼວງ ພິກັດ: ຢ່າງເຂົ້າໄປໃນຕະຫຼາດ ປະມານແຖວກາງ ຮ້ານຢູ່ຟາກຂວາມື ຮ້ານເປີດ: ທຸກມື້ ເວລາ: 4 pm –…
-
ຈີ່ໜັງ ວຽງຈະເລີນ
ຈີ່ໜັງແກ້ມເບຍ ຄວາມສຸກອັນລຽບງ່າຍ ແບບລາວໆ ໜັງໃໝ່ໆ ຈີ່ຫອມໆ ອົບຫາງງົວເປື່ອຍໆ ກິນກັບເບຍລາວເຢັນໆ ເປັນຫຍັງທີ່ສຸດຍອດແລ້ວ 😋 ຮ້ານ ຈີ່ໜັງ ວຽງຈະເລີນ ຈີ່ໜັງອິນດີ້ ແຄມທາງເສັ້ນວຽງຈະເລີນ ໃນຮ້ານມີ ຈີ່ໜັງ ອົບຫາງງົວ ສົ້ມຕີນໄກ່ ແລະ ຍັງມີຈືນລູກຊີ້ນນຳ ສ່ວນແອັດມັກບ່ອນແຈ່ວ ທັງແຈ່ວປາແດກໃສ່ຫົວສິງໄຄ ແລະ ແຈ່ວໝາກແຂ່ນໃຜທີ່ຍັງບໍ່ເຄີຍໄປ ແນະນຳເລີຍຮ້ານນີ້ ໜັງແຊບ ເບຍຫວານ 📍ຮ້ານ ຈີ່ໜັງ-ອົບຫາງງົວ ວຽງຈະເລີນ ພິກັດ: ຖ້າມາແຕ່ທາງໄຟແດງທາດຫຼວງ ໃຫ້ຂີ່ມາທາງວຽງຈະເລີນ ກາຍໝ້ຽງເຈົ້າເກົ່າມາ…
-
ພັນປາທ້າວແອ
ພັນປາຂ້າງຫໍ (ຫໍວັດທະນະທຳ) ແຊບບບບບ 😋 ປານິນສົດໆ ເນື້ອຫວານໆ ພັນໃສ່ຜັກກອບໆ ເຄື່ອງຄຽງ ຂຽບໝູ ພ້ອມແຈ່ວລົດເດັດ ຊຸດລະ 70.000 ກີບ ຫລື 80.000 ກີບ (ແລ້ວແຕ່ຂະໜາດໂຕປາ) ແຕ່ທີ່ວ່າພາດບໍ່ໄດ້ ແມ່ນ ຕຳໝາກຮຸ່ງ ຕຳໃສ່ຂຽບໝູ ແຊບແຮງ 🌶🌶🌶 ໃຜຍັງບໍ່ເຄີຍຂອງ ຢາກໃຫ້ລອງ 📍ຮ້ານ ພັນປາທ້າວແອ ພິກັດ: ນະຄອນຫຼວງວຽງຈັນ ຮ່ອມຂ້າງຫໍວັດທະນະທຳ ຂີ່ຊື່ສິຊອດໄປທາງແຄມຂອງ ຮ້ານຢູ່ຂວາມືກ່ອນຮອດທາງຕັດລົງ ຮ້ານເປີດ: ທຸກມື້ ເວລາ: 10…
-
ອາຫານເຈົ້າອານຸວົງ
ໃຜແດ່ທີ່ມັກລົດຊາດສະເຕັກແບບດັ້ງເດີມ 🥩🥩🥩 ແບບທີ່ພໍ່ແມ່ເຮົາພາໄປກິນແຕ່ຕອນຍັງນ້ອຍ ແລ້ວຍັງຄິດຮອດລົດຊາດແບບນັ້ນ ສະເຕັກທີ່ເສີບມາເທິງໝໍ້ກະທະຮ້ອນ ຫອມກິ່ນເນຍ ກິ່ນກະທຽມ 😋👍 ສະເຕັກທີ່ຊີ້ນເນັ້ນໆ ກິນຄູ່ມັນທອດ ແລະ ເຂົ້າຈີ່ ມີສະຫຼັດ ກັບ ຊຸບ 📌ສະເຕັກແບບນີ້ ຫາກິນໄດ້ທີ່ ຮ້ານ ອາຫານເຈົ້າອານຸວົງ ນະຄອນຫຼວງວຽງຈັນ ຂ້າງເດີ່ນສະຕາດ ມີທັງສະເຕັກ ແລະ ອາຫານລາວ ລອງໄປຊິມເບິ່ງ ແລ້ວຈະຕິດໃຈ 📍ຮ້ານ ອາຫານເຈົ້າອານຸວົງ (ເດິ່ນເທັນນິສ ຂ້າງເດີ່ນສະຕາດ) ພິກັດ: ຖ້າມາແຕ່ທາງຫໍວັດທະນະທຳ ໃຫ້ເຂົ້າຮ່ອມເດີ່ນສະຕາດ ຮ້ານຈະຢູ່ຂວາມື ຂ້າງປະຕູເດີ່ນເລີຍ…
-
ງົວເຜົາ ປາຄຳຜິວ
ງົວເຜົາຕົ້ນຕຳລັບເຈົ້າເກົ່າ ເຈົ້າດັງ ແຖວສາຍລົມ ຕໍ່ໜ້າເສດຖາປາຣັດ ລົດຊາດບໍ່ເປັນສອງຮອງໃຜ ກິນຄູ່ກັບເບຍລາວເຢັນໆເຂົ້າກັນສຸດ ✨ ເມນູແນະນຳ: ⁃ ພັນຊີ້ນງົວເຜົາ ⁃ ແລ້ມໂບ້ງົວເຜົາ ⁃ ກ້ອຍຍໍ່ ເວົ້າເລື່ອງງົວເຜົາ ຕ້ອງຍົກໃຫ້ຮ້ານນີ້ ກິນຄູ່ກັບເບຍລາວເຂົ້າກັນສຸດ 🍻 #Beerlao #BeLao #ອາຫານລາວ #ລວກງົວເຜົາ #ກ້ອຍຍໍ່ #ເບຍລາວ #jipnoii #jipnoiixBeerlao #ງົວເຜົາປ້າຜິວ 📍ຮ້ານ ງົວເຜົາ ປາຄຳຜິວ ☎️ 020 55420616 ____ ດື່ມເບຍລາວດ້ວຍຄວາມຮັບຜິດຊອບ ກະລຸນາສົ່ງຕໍ່ໃຫ້ສະເພາະຜູທີ່ມີອາຍຸ 18ປີ ຂື້ນໄປ
-
ແໜມເໜືອງ ພະໄຊ
ແໜມເໜືອງເຈົ້າເກົ່າພະໄຊ ແຊບແບບດັ້ງເດີມ ບໍລິການດີ ມີ Lipton ຂາຍນຳ 😋 ສ່ວນຕົວແອດເປັນຄົນທີ່ມັກກິນແໜມເໜືອງ ກັບ ລິບຕັນ ຮູ້ສຶກວ່າຊາໝາກນາວສາມາດຕັດອາຫານປະເພດປີ້ງ-ທອດ ໄດ້ດີ 👍 ກັບມາແໜມເໜືອງ ຮ້ານນີ້ເປັນອີກຮ້ານໜຶ່ງທີ່ແອດມັກ ເມນູມີຫຼາຍ ລາຄາບໍ່ແພງ ຖ້າທຽບໃສ່ອາຫານທີ່ໃຫ້ຫຼາຍແຮງ ເມນູແນະນຳ: – ແໜມເນືອງ – ຢໍ່ຢືນ – ບີບຸ໋ນ ແລະ ອາຫານປະເພດຈຸ່ມ ຊີ້ນຈຸ່ມ ປາຈຸ່ມ 📍ແໜມເໜືອງພະໄຊ ພິກັດ: ນະຄອນຫຼວງວຽງຈັນ, ແຖວທາດຂາວ ພະໄຊ ຖ້າມາແຕ່ທາງໄຟແດງທາດຂາວ…
-
Neokin ແນວກິນ Delivery
😻ເຂົ້າຂົ້ວນະຄອນຫຼວງພະບາງ ສັ່ງຈາກ Neokin ແນວກິນ Delivery ແຊບບບບ ແຊບແຮງ 👏👍👍👍 📌ຕ້ອງລອງ ເປັນເຂົາຜັດລົດຊາດດີ ເສີບມາພ້ອມ ໃສ້ອົ່ວ ຈືນໄຄແຜ່ນ ຜັກກັບ ແລະ ແຈ່ວບອງ 🌶🥒🍖 😋ຮອງລົງມາ ແອດໃຫ້ ເມນູ ໄຂ່ລູກໄພ້ 🥚ລູກໄພ້ເດີ້ ບໍ່ແມ່ນລູກເຂີຍ ຖ້າໃຜຢາກຮູ້ວ່າເປັນຈັ່ງໃດຕ້ອງລອງສັ່ງ 😉 ແອດລອງສັ່ງມາກິນ 5 ເມນູ ແຊບທຸກ 5 ເມນູ ທັງເມນູເຂົ້າ ແລະ ເມນູເສັ້ນ 📍Neokin ແນວກິນ Delivery ☎️ໂທສັ່ງທີ່ເບີ:…
-
Mimeluem ມິມີລືມ
ບໍ່ໄດ້ກິນດົນ ຮູ້ສຶກວ່າແຊບຂຶ້ນກວ່າເກົ່າ ປາເຕ້ຍັງແຊບບໍ່ເຄີຍປ່ຽນ ແຕ່ທີ່ມັກເພີ່ມຂຶ້ນແມ່ນ ແປ້ງເຂົ້າຈີ່ ກອບນຸ້ມກຳລັງດີ ຊ໊ອດເຊັ້ມຂຸ້ນ ໃຫ້ຫຼາຍ ລາດແບບສໍ່າໆ ລວມໆແລ້ວຄືແຊບ ເຂົ້າຂີ່ປາເຕ້ 17.000 ກີບ ເຂົ້າຈີ່ ມິມີລືມ ແຊບບໍ່ເຄີຍລືມ 😋 ຕ້ອງລອງ 👍 📍ຮ້ານ Mimeluem ມິມີລືມ (ສາຂາ ແຄມຂອງ ໜ້າ BCEL) ຮ້ານເປີດ: ທຸກມື້ 7 am – 4 pm ☎️ 030 5533380