ເຂົ້າປຸ້ນ

ເຂົ້າປຸ້ນ

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນແຊບ ບໍ່ແກ້ວ

    1 ໃນຮ້ານທີ່ບໍ່ຄວນພາດ ເມື່ອມາຮອດ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເປັນຮ້ານເຂົ້າປຸ້ນນໍ້າແຈ່ວ ນໍ້າປາ ແລະ ນໍ້າຊີ້ນ 🍜 ຫຼື ແຖວນີ້ເພິ່ນເອີ້ນນໍ້າຄວາຍ ເປັນອີ່ຫຍັງທີ່ບໍ່ຄວນພາດ ມັກບ່ອນ ຕ່ອນລາຄາບໍ່ແພງຫຼາຍ ເລີ່ມຕົ້ນຕ່ອນ 2.000 ກີບ ຖ້າເປັນໃສ້ຕັນ ກັບ ຊີ້ນຂາລາຍກໍ 5.000 ກີບ ຄວາມແຊບ ແທບຈະບໍ່ໄດ້ປຸງ ກິນກັບໝາກເຜັດຂີ້ໜູ ເຂົ້າກັນດີຂະໜາດ 😋 ຕ່ອນເລືອດກໍນຸ້ມໆ ກິນແລ້ວຟິນໆ ມາກິນແລ້ວຢາກມາອີກ 📍 ຮ້ານ ເຂົ້າປຸ້ນແຊບ (ແຄມຂອງ…

  • ປະເພດເສັ້ນ,  ອາຫານລາວ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນແຈ່ວຂິງ ແມ່ສົມ

    ຕົ້ນຕຳຫຼັບແຈ່ວຂິງບ້ານຫ້ອມ ໃຜຍັງບໍ່ໄດ້ກິນຮ້ານນີ້ ແປວ່າມາບໍ່ຮອດ ຮ້ານແມ່ສົມ ຫຼື ຮ້ານອ້າຍກຸ້ງ ແຖວໂຊນກາງ ມີແບບນັ່ງໂຕະແຄມນໍ້າ ແລະ ນັ່ງຕູບ ທີເດັດຮ້ານນີ້ນອກຈາກຈະມີລວກຊີ້ນ ລວກຍໍ່ ແລະ ຍັງມີ ລວກຕັບ ໃຜເຄີຍກິນແຈ່ວຂິງໃສ່ຕັບບໍ່ ຖ້າຍັງຢາກໃຫ້ລອງ ແຊບບບ 😋👍 📍 ຮ້ານ ເຂົ້າປຸ້ນແຈ່ວຂິງ ແມ່ສົມ (ບ້ານຫ້ອມ)

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ,  ເຝີ

    ເຝີແມ່ເກດ

    ສວາຍແລ້ວກິນຫຍັງດີ 😋 ມາກິນເຂົ້າປຸ້ນນຳກັນເດີ້ ຮ້ານເຝີແມ່ເກດນອກຈາກ ເຝີຈະແຊບແລ້ວ ເຂົ້າປຸ້ນກະແຊບບໍ່ແພ້ກັນ ຕ່ອນຫຼາຍເວີ້ວັງແຮງ #ຮ້ານແຊບດົງນາໂຊກ 📍ຮ້ານເຝີແມ່ເກດ 📱020 7787 5496 ຮ້ານເປີດ 8:00ໂມງເຊົ້າ – 4ໂມງແລງ ເລີ່ມຈາກສີ່ແຍກໄຟແດງດົງນາໂຊກ ຂີ່ກາຍໂຊກໄຊມາກຈະເປັນທາງໂຄ້ງ ແລ້ວຈະມີແຍກເບື້ອງຊ້າຍ ຂີ່ລົງໄປເກືອບສຸດຮອບ ຮ້ານເຝີຈະຢູ່ເບື້ອງຂວາມື #jipnoii

  • ປະເພດເສັ້ນ,  ອາຫານລາວ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນແຈ່ວຂີງ ນາງ ອູ້ດ

    ✨ ຊ້ວງນີ້ແອດຕ້ອງການຝາເປບຊີຫຼາຍເປັນພິເສດເລີຍພາມາກິນ ເຂົ້າປຸ້ນແຈ່ວຂີງຮ້ານດັງ ຂອງບ້ານຫ້ອມ ເປັນຮ້ານທີ່ມາກິນເປັນປະຈຳ ເພາະນອກຈາກແຈ່ວຂີງຈະແຊບແລ້ວ ບັນຍາກາດຄັກ ວິວດີ ເພາະຮ້ານຢູ່ໃກ້ແຄມຂອງ ນັ່ງກິນແຈ່ວຂີງເຜັດໆ ກັບ ເປບຊີເຢັນໆ ເບີ່ງບັນຍາກາດແຄມຂອງໄປນຳ ຟິນສຸດໆ ເສົາ ອາທິດນີ້ ໄປນຳກັນບໍ່ 😘 📍ຮ້ານ ແອພະຈັນ / ນາງ ອູ້ດ ຮ້ານເປີດ: ທຸກມື້ ເວລາ: 9 am – 4 pm ☎ 020 9171 7896 ພິກັດ:…

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນແຈ່ວຂິງບ້ານຫ້ອມ

    ມື້ນີ້ອາກາດດີ ຂີ່ໄປກິນເຂົ້າໃສກະໄດ້ 😘🍃 ມາເດີ້… ແຈ່ວຂິງບ້ານຫ້ອມ ຮ້ານກາງ ທາງດີແລ້ວ ຂີ່ລົດ 20 ນາທີກະຮອດ ມັກຮ້ານນີ້ບ່ອນ ປາແດກເຂັ້ມຂຸ້ນ ນອກຈາກລວກຊີ້ນລວກຍໍ່ ຍັງທີລວກຕັບພ້ອມ (ຂາປະຈຳເທົ່ານັ້ນທີ່ມັກສັ່ງ) ແອດທຽວມາທຸກທິດ ຄອມເຟີມຮ້ານນີ້ແຊບ 👍 📍 ແຈ່ວຂິງບ້ານຫ້ອມ (ເຂົ້າຮ່ອມໄມໂຄ ຂ້າມຄູໄປແລ້ວລ້ຽວຂວາ ຮ້ານຢູ່ແຖວກາງ)

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນນໍ້າແຈ່ວ

    ຫລາຍກວ່າລົດຊາດ ຄືມັກບັນຍາກາດຮ້ານນີ້ ອົບອຸ່ນຄືກິນຢູ່ບ້ານ ໃຜມັກຄືແອັດແນ່😋 ເຂົ້າປຸ້ນນໍ້າແຈ່ວແຊບໆ + ນໍ້າດອກອັນຊັນເຢັນ ກັບບັນຍາກາດດົນຕີລາວເບົາໆ 📍ເຂົ້າປຸ້ນນໍ້າແຈ່ວ ບ້ານແມ່ເຖົ້າ (ນາໄຊ ຮ້ອມ 2. ກົງກັນຂ້າມກັບປໍ້າ ປຕທ ນາໄຊ ເຂົ້າໄປໃນຮ່ອມ. ເລືອນເບິ່ງແຜນທີ່ຮູບສຸດທ້າຍ) ☎️ 021 451114

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນກະຫລີ່ໄກ່

    ເຂົ້າປຸ້ນກະຫລີ່ໄກ່ ເຂົ້າປຸ້ນໄຫ ທົ່ງຂັນຄຳ ຖ້ວຍ 15.000 ກີບ ຕ່ອນຫຼາຍເວີ້ ລົດຊາດເຂັ້ມຂຸ້ນດີ ແຊບບບບ… ມີເຂົ້າປຸ້ນເຄື່ອງໃນ ນໍ້າປົ່ນ ນໍ້າຊີ້ນ ໝີ່ກະທິນຳ ແລະ ອີກຫຼາຍນໍ້າ ເລືອກໄດ້ຕາມມັກ 📍 ຮ້ານ ເຂົ້າປຸ້ນໄຫ ທົ່ງຂັນຄຳ ພິກັດ: ຮ່ອມກົງກັນຂ້າມກັບໂຕໂຍຕ້າ ທົ່ງຂັນຄຳ ທີ່ຊອດບ່ອນຈອດລົດຫລັງຕະຫຼາດ ຮ້ານເປີດ: ຈັນ – ເສົາ ເວລາ: 9 am – 12 pm…

  • ປະເພດເສັ້ນ,  ອາຫານຫວຽດ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນປີ້ງຊີ້ນ ຫວຽດນາມ

    Có ai thích ăn Bún Chả không ?? 😋 ມື້ນີ້ພາສາຫວຽດກະມາ 🤣 ມີໃຜມັກກິນເຂົ້າປຸ້ນປີ້ງຊີ້ນແນ່ ຮ້ານນີ້ລົດຊາດຄືກິນຢູ່ຫວຽດເລີຍ 📍ຮ້ານອາຫານຫວຽດ ຢູ່ໄປສະນີເກົ່າມຸມໄຟແດງຕະຫຼາດເຊົ້າ

  • ປະເພດເສັ້ນ,  ຮ້ານອາຫານ,  ເຂົ້າປຸ້ນ

    ເຂົ້າປຸ້ນແຈ່ວຂິງ

    ລອງຊິມຮ້ານໃຫມ່ ກະໄດ້ຢູ່ (ທີ່ຈິງກະເປິດແຕ່ທ້າຍປີກາຍ ແຕ່ຫາສີມີໂອກາດໄດ້ລອງ) ເໝາະສຳລັບຄົນບໍ່ຢາກໄປໄກ ແລະ ບໍ່ຢາກຮ້ອນ ມີຫ້ອງແອດິບດີ ແຖວ 4 ແຍກໄຟແດງໂພນທັນ 📍ຮ້ານ ເຂົ້າປຸ້ນແຈ່ວຂິງ 4 ແຍກໄຟແດງໂພນທັນ (ຄັນມາແຕ່ທາງອ່າງນໍ້າ ຮ້ານຢູ່ເຄິ່ງໄຟແດງຫົວມູມຟາກຊ້າຍມື ແຕ່ກີ້ເປັນບ່ອນຂາຍລົດເກົ່າ)

  • ຮ້ານອາຫານ,  ເຂົ້າປຸ້ນ

    ຕະຫຼາດເຊົ້າ ຫລວງພຣະບາງ

    ເຂົ້າປຸ້ນນໍ້າປາໃສ່ເອັນເປື່ອຍ ກັບ ໃສ້ ແຊບຫຼາຍເດີ້ ທັງກິນທັງຟ້າວຂຶ້ນຍົນ ມື້ຫນ້າຈະມາຢາມໃຫມ່ເດີ້ 🤗 📍ຕະຫຼາດເຊົ້າ ຫລວງພຣະບາງ