The Rosy Family (ສາມແຍກຕະຫຼາດຫົວຂົວ)
🌸 ເປັນຮ້ານດອກໄມ້ ທີ່ມີນໍ້າຫວານໂຄດແຊບ 👍🏻
ມື້ກ່ອນໄປເລາະຊື້ຊາກຸຫລາບເປັນຂອງຝາກ ບັງເອີນໄດ້ຊິມນໍ້າຫວານແບບຈີນສູດພິເສດ ຫາກໍ່ຮູ້ວ່າຮ້ານດອກໄມ້ກະມີນໍ້າແຊບໆຂາຍ
ໃຜທີ່ຍັງບໍ່ເຄີຍຊິມນໍ້າຫວານແບບຕົ້ນຕຳຫລັບຊາວຈີນ ແນະນຳໃຫ້ສັ່ງມາລອງ ຫລື ເຂົ້າໄປຊື້ຢູ່ຮ້ານກະໄດ້ເພິ່ນເຮັດຂາຍທຸກມື້
ເນື້ອນໍ້າຫວານກໍຈະແຕກຕ່າງຈາກນໍ້າຫວານລາວໜ້ອຍໜຶ່ງ ເພາະວັດຖຸດິບທີ່ໃຊ້ນອກຈາກລົດຊາດດີແລ້ວຍັງເນັ້ນໃຫ້ຊັບພະຄຸນດີເຊັ່ນ: ຮັງຮົກ ລູກພີດ ໝາກກະທັນແຫ້ງ ຖົ່ວ ແລະ ຫລາຍອັນ ຕົ້ມຂ້ຽວຫລາຍຊົ່ວໂມງ ຈົນໄດ້ເນື້ອນໍ້າຫວານ
ຊາກຸຫລາບກະຫອມ ໃຜທີ່ມັກຫລົງໄຫລການຈິບຊາແບບຈີນ ແນະນຳຮ້ານນີ້ເລີຍ
📍The Rosy Family (ສາມແຍກຕະຫຼາດຫົວຂົວ) ຖ້າມາແຕ່ທາງໄຟແດງທາດຫລວງ ໃຫ້ໂຄ້ງອ້ອມຕະຫລາດຫົວຂົວມາຮອບໜຶ່ງ (ເພາະມັນຈະຂີ່ຊື່ບໍ່ໄດ້) ຮ້ານຈະຢູ່ຫົວມຸມເລີຍ
ເປີດ: ທຸກມື້
ເວລາ: 9 am – 8 pm
☎️ 020 55636032
ສະແດງຄຳຄິດເຫັນ:

